lo_exo_text_ulb_l3/08/10.txt

1 line
991 B
Plaintext

\v 10 ຟາໂຣກ່າວວ່າ, "ມື້ອື່ນ." ໂມເຊຕອບວ່າ, "ຈະເປັນໄປຕາມທີທ່ານກ່າວມານັ້ນ, ເພື່ອທ່ານຈະໄດ້ຮູ້ວ່າບໍ່ມີຜູ້ໃດ ເຫມືອນພຣະຢາເວ, ພຣະເຈົ້າຂອງພວກເຮົາ. \v 11 ຝູງກົບຈະໄປຈາກທ່ານ, ຈາກເຮືອນຂອງທ່ານ, ຂ້າຣາດຊະການຂອງທ່ານ, ແລະປະຊາຊົນຂອງທ່ານ. ກົບຈະຢູ່ແຕ່ໃນແມ່ນໍ້າເທົ່ານັ້ນ." \v 12 ໂມເຊແລະອາໂຣນຈຶ່ງກັບອອກມາຈາກການພົບຟາໂຣ. ແລ້ວໂມເຊຮ້ອງຂໍຕໍ່ພຣະຢາເວກ່ຽວກັບຝູງກົບ ທີ່ພຣະອົງນຳມາເພື່ອລົບກວນຟາໂຣ.