lo_exo_text_ulb_l3/04/14.txt

1 line
1.4 KiB
Plaintext

\v 14 ແລ້ວພຣະຢາເວຈຶ່ງໂກດຮ້າຍໂມເຊ. ພຣະອົງກ່າວວ່າ,"ແລ້ວອາໂລນ, ອ້າຍຂອງເຈົ້າ, ທີເປັນຊາວເລວີ? ເຮົາຮູ້ແລ້ວວ່າລາວເປັນຄົນເວົ້າເກັ່ງ. ຍີ່ງກວ່ານັ້ນ, ລາວກໍາລັງເດີນທາງມາພົບເຈົ້າ, ລາວຈະດີໃຈທີ່ໄດ້ເຫັນເຈົ້າ. \v 15 ເຈົ້າຈົ່ງເວົ້າກັບລາວ ແລະບອກຄຳທີ່ຈະໃຫ້ລາວເວົ້າ. ແລ້ວເຮົາຈະຢູ່ກັບປາກຂອງເຈົ້າ ແລະປາກຂອງລາວ, ແລະເຮົາຈະສະແດງໃຫ້ເຈົ້າທັງສອງຮູ້ວ່າຄວນເຮັດຫຍັງແດ່. \v 16 ລາວຈະເວົ້າກັບປະຊາຊົນແທນເຈົ້າ. ລາວຈະເປັນປາກຂອງເຈົ້າ, ແລະເຈົ້າຈະເປັນເຫມືອນພຣະເຈົ້າສຳລັບລາວ. \v 17 ເຈົ້າຈົ່ງຖືໄມ້ຄ້ອນເທົ້ານີ້ໄວ້ໃນມື. ດ້ວຍສີ່ງນີ້ເຈົ້າຈະກະທຳຫມາຍສຳຄັນຕ່າງໆ."