lo_exo_text_ulb_l3/31/12.txt

1 line
1.9 KiB
Plaintext

\v 12 ພຣະຢາເວເວົ້າກັບໂມເຊ ແລະກ່າວວ່າ, \v 13 "ຈົ່ງສັ່ງຊາວອິສະຣາເອນວ່າ: 'ເຈົ້າຕ້ອງຮັກສາວັນສະບາໂຕຂອງພຣະຢາເວໄວ້ຢ່າງເຄັ່ງຄັດ, ເພາະນີ້ຈະເປັນຫມາຍສຳຄັນລະຫວ່າງພຣະອົງ ແລະ ພວກເຈົ້າຕະຫລອດຊົ່ວຊາດພັນຂອງພວກເຈົ້າ ເພື່ອເຈົ້າຈະຮູ້ວ່າພຣະອົງເປັນພຣະຢາເວ, ຜູ້ໄດ້ແຍກພວກເຈົ້າໄວ້ສຳລັບພຣະອົງ. \v 14 ດັ່ງນັ້ນ ພວກເຈົ້າຕ້ອງຮັກສາວັນສະບາໂຕ, ເພື່ອຈະເປັນວັນບໍຣິສຸດສຳລັບພວກເຈົ້າ, ສະຫງວນໄວ້ສຳລັບພຣະອົງ. ຜູ້ໃດເຮັດໃຫ້ວັນນັ້ນເປັນມົນທີນຈະຕ້ອງຕາຍຢ່າງແນ່ນອນ. ຜູ້ໃດກໍຕາມທີເຮັດວຽກໃນວັນສະບາໂຕ, ຜູ້ນັ້ນຈະຖືກຕັດອອກຈາກການປະຊາຊົນຂອງລາວ. \v 15 ຈົ່ງເຮັດວຽກຫົກວັນ, ແຕ່ໃນມື້ທີເຈັດເປັນວັນສະບາໂຕສຳລັບຢຸດພັກຜ່ອນທັງຫມົດ, ເປັນວັນບໍຣິສຸດ, ທີສະຫງວນໄວ້ເພື່ອພຣະກຽດຂອງພຣະຢາເວ. ຜູ້ໃດກໍຕາມທີ່ເຮັດວຽກໃນວັນສະບາໂຕ ຕ້ອງເຖີງຄວາມຕາຍຢ່າງແນ່ນອນ.