lo_exo_text_ulb_l3/31/06.txt

1 line
1.2 KiB
Plaintext

\v 6 ນອກຈາກລາວແລ້ວ, ເຮົາໄດ້ຕັ້ງໂອໂຮລີອາບ ລູກຊາຍຂອງອາຫິສະມັດ, ຈາກເຜົ່າດານ. ເຮົາຍັງໄດ້ໃສ່ທັກສະໃນໃຈຂອງທຸກຄົນທີສະຫລາດ ເພື່ອວ່າພວກເຂົາຈະເຮັດທຸກຢ່າງທີ່ເຮົາໄດ້ສັ່ງເຈົ້າ. ນີ້ລວມທັງ \v 7 ເຕັ້ນນັດພົບ, ຫິບແຫ່ງຄຳພະຍານ, ຝາຫິບລົບລ້າງບາບເທີງຫິບ, ແລະເຄື່ອງໃຊ້ທຸກຢ່າງຂອງເຕັ້ນ - \v 8 ໂຕະແລະເຄື່ອງໃຊ້ສຳລັບໂຕະ, ຄັນຕະກຽງບໍຣິສຸດກັບເຄື່ອງໃຊ້ທຸກຢ່າງສຳລັບຄັນຕະກຽງ, ແທ່ນບູຊາເຜົາເຄື່ອງຫອມ, \v 9 ແທ່ນບູຊາສຳລັບເຄື່ອງເຜົາບູຊາລວມທັງເຄື່ອງໃຊ້ທຸກຢ່າງສຳລັບແທ່ນ, ແລະອ່າງຂະຫນາດໃຫຍ່ກັບຖານຮອງ.