lo_exo_text_ulb_l3/23/26.txt

1 line
1.5 KiB
Plaintext

\v 26 ຈະບໍ່ມີຜູ້ຍິງເປັນຫມັນ ຫລື ແທ້ງລູກໃນດີນແດນຂອງພວກເຈົ້າ. ເຮົາຈະໃຫ້ພວກເຈົ້າມີອາຍຸຍືນ. \v 27 ເຮົາຈະສົ່ງຄວາມຢ້ານໃນຕົວເຮົາ ຕໍ່ຄົນເຫລົ່ານັ້ນເຂົ້າໄປໃນແຜ່ນດິນຂອງໃຜກໍຕາມທີຢູ່ຕໍ່ຫນ້າພວກເຈົ້າ. ເຮົາຈະປະຫານຊາວເມືອງທັງຫມົດທີ່ພວກເຈົ້າໄປປະເຊີນຫນ້ານັ້ນ. ເຮົາຈະເຮັດໃຫ້ສັດຕູທັງຫມົດຂອງພວກເຈົ້າຫັນຫລັງຫນີພວກເຈົ້າດ້ວຍຄວາມຢ້ານ. \v 28 ເຮົາຈະສົ່ງຝູງແຕນຍັກນຳຫນ້າພວກເຈົ້າ ເພື່ອຂັບໄລ່ຊາວຮີວີ, ຊາວການາອານ, ແລະຊາວຮິດຕີ ໄປໃຫ້ພົ້ນຫນ້າພວກເຈົ້າ. \v 29 ເຮົາຈະບໍ່ໄລ່ພວກເຂົາໄປໃຫ້ພົ້ນຫນ້າພວກເຈົ້າໃນປີດຽວ, ຫລືແຜ່ນດິນຈະຮົກຮ້າງໄຫ, ແລະສັດປ່າຈະຫລາຍເກິນໄປສຳລັບພວກເຈົ້າ.