lo_exo_text_ulb_l3/23/23.txt

1 line
1.2 KiB
Plaintext

\v 23 ເທວະດາຂອງເຮົາຈະໄປຂ້າງຫນ້າພວກເຈົ້າ ແລະນຳພວກເຈົ້າໄປເຖິງຊາວຮິດຕີ, ຊາວຮີດໄຕ, ຊາວເປຣີຊີ, ຊາວການາອານ, ຊາວຮີວີ, ແລະຊາວເຢບຸດ. ເຮົາຈະທຳລາຍພວກເຂົາ. \v 24 ພວກເຈົ້າຕ້ອງບໍ່ຂາບໄຫວ້, ນະມັດສະການບັນດາພະຂອງພວກເຂົາ, ຫລືເຮັດຕາມແບບຢ່າງຂອງພວກເຂົາ. ແຕ່ພວກເຈົ້າຕ້ອງທຳລາຍຮູບເຄົາຣົບຂອງພວກເຂົາ​ ແລະທຸບເສົາສັກສິດໃຫ້ມູ້ນລະອຽດ. \v 25 ພວກເຈົ້າຕ້ອງນະມັດສະການພຣະຢາເວພຣະເຈົ້າຂອງພວກເຈົ້າ, ແລະພຣະອົງຈະອວຍພອນແກ່ອາຫານແລະນໍ້າຂອງພວກເຈົ້າ. ເຮົາຈະເອົາຄວາມເຈັບປ່ວຍອອກໄປຈາກທ່າມກາງພວກເຈົ້າ.