lo_exo_text_ulb_l3/23/12.txt

1 line
978 B
Plaintext

\v 12 ໃນລະຫວ່າງຫົກວັນພວກເຈົ້າຈະເຮັດວຽກຂອງພວກເຈົ້າ, ແຕ່ໃນວັນທີເຈັດນັ້ນ ພວກເຈົ້າຈົ່ງຢຸດພັກ. ຈົ່ງເຮັດເຊັ່ນນີ້ເພື່ອງົວ ແລະລາຂອງເຈົ້າຈະໄດ້ພັກ, ແລະລູກຊາຍຂອງພວກທາດຍິງຂອງພວກເຈົ້າ ກັບຄົນຕ່າງດ້າວຈະໄດ້ພັກຜ່ອນ ແລະ ໃຫ້ສົດຊື່ນດ້ວຍ. \v 13 ຈົ່ງຕັ້ງໃຈປະຕິບັດທຸກສິ່ງທີເຮົາສັ່ງພວກເຈົ້ານັ້ນ. ຢ່າອອກຊື່ພະອື່ນໆ, ຫລືຢ່າກ່າວຊື່ຂອງພະເຫລົ່ານັ້ນ ໃຫ້ໄດ້ຍີນຈາກປາກຂອງພວກເຈົ້າ.