lo_exo_text_ulb_l3/23/06.txt

1 line
1.2 KiB
Plaintext

\v 6 ພວກເຈົ້າຕ້ອງບໍ່ບິດເບືອນຄວາມຍຸດຕິທຳ ທີ່ຄົນຈົນຄວນໄດ້ຮັບໃນຄະດີຂອງລາວ. \v 7 ຢ່າບໍ່ຮ່ວມກັບຄົນອື່ນໃນການໃສ່ຮ້າຍປ້າຍສີ, ແລະຢ່າປະຫານຄົນບໍຣິສຸດ ຫລືຄົນຊອບທຳ, ເພາະເຮົາຈະບໍ່ປ່ອຍຄົນເຮັດຊົ່ວຢ່າງນັ້ນ. \v 8 ຫ້າມຮັບສີນຈ້າງ, ເພາະສີນຈ້າງເຮັດໃຫ້ຄົນຕາດີ ກາຍເປັນຄົນຕາບອດ. ແລະເຮັດໃຫ້ຖ້ອຍຄຳຂອງຄົນສັດຊື່ບິດເບືອນໄປ. \v 9 ພວກເຈົ້າຕ້ອງບໍ່ຂົ່ມເຫັ່ງຄົນຕ່າງດ້າວ, ເພາະພວກເຈົ້າຮູ້ຈັກຊີວິດຄົນຕ່າງດ້າວແລ້ວ, ເມື່ອພວກເຈົ້າກໍເຄີຍເປັນຄົນຕ່າງດ້າວໃນແຜ່ນດີນເອຢິບ.