lo_exo_text_ulb_l3/22/10.txt

1 line
1.4 KiB
Plaintext

\v 10 ຖ້າຜູ້ໃດຝາກລາ, ງົວ, ແກະ, ຫລືສັດໃດໆໄວ້ກັບເພື່ອນບ້ານຂອງລາວ, ແລະຖ້າສັດຕາຍ ຫລື ເຈັບຫລືຖືກຕ້ອນເອົາໄປໂດຍບໍ່ມີໃຜເຫັນ. \v 11 ຕ້ອງໃຫ້ທັງສອງຄົນນັ້ນສາບານຕໍ່ພຣະຢາເວວ່າ, ຄົນຫນຶ່ງຄົນໃດໄດ້ເອົາຊັບສີນຂອງເພື່ອນບ້ານໄວ້ໃນມືຂອງລາວຫລືບໍ່. ແລ້ວເຈົ້າຂອງນັ້ນຈະຕ້ອງຍອມຮັບ, ຜູ້ຮັບຟາກນັ້ນບໍ່ຕ້ອງຈ່າຍຄ່າຊົດເຊີຍ. \v 12 ແຕ່ຖ້າສິ່ງຂອງຖືກລັກໄປຈາກລາວ, ອີກຝ່າຍຫນຶ່ງຕ້ອງຈ່າຍຄ່າຊົດເຊີຍໃຫ້ແກ່ຜູ້ທີເປັນເຈົ້າຂອງ. \v 13 ຖ້າສັດນັ້ນຖືກຕັດເປັນຕ່ອນໆ, ໃຫ້ອີກຄົນນໍາຊາກມາໃຫ້ກວດເບີ່ງເປັນຫລັກຖານ. ລາວບໍ່ຕ້ອງຈ່າຍຄ່າຊົດເຊີຍສຳລັບສັດທີຖືກຕັດເປັນຕອນໆນັ້ນ.