lo_exo_text_ulb_l3/22/01.txt

1 line
1.5 KiB
Plaintext

\c 22 \v 1 ຖ້າຊາຍໃດລັກງົວຫລືແກະໄປ ແລະ ຂ້າຫລືຂາຍ, ໃຫ້ຜູ້ນັ້ນຕ້ອງໃຊ້ແທນງົວຫ້າໂຕແທນງົວຫນຶ່ງໂຕ, ແລະແກະສີ່ໂຕແທນແກະຫນຶ່ງໂຕ. \v 2 ຖ້າຜູ້ໃດໄດ້ເຫັນຄົນຂີ້ລັກກຳລັງເຂົ້າມາ, ແລະຖ້າລາວໄດ້ຕີຄົນຂີ້ລັກນັ້ນຈົນຕາຍ, ໃນກໍລະນີນັ້ນກໍຈະບໍ່ຄວາມຜິດໃນຖານຂ້າຄົນ ໃນຄະດີຂອງລາວ. \v 3 ແຕ່ຖ້າຕາເວັນຂື້ນແລ້ວກ່ອນທີ່ລາວບຸກລຸກເຂົ້າມາ, ຄວາມຜິດຖານຂ້າຄົນຈະຕົກແກ່ຜູ້ຂ້າລາວນັ້ນ. ຄົນຂີ້ລັກຕ້ອງໃຊ້ແທນຄືນ, ຖ້າລາວບໍ່ມີອັນໃດຈະໃຊ້ໃຫ້. ແລ້ວລາວຕ້ອງຂາຍຕົນເອງເພື່ອໃຊ້ແທນສິ່ງທີ່ລາວລັກໄປ. \v 4 ຖ້າພົບສັດທີລັກໄປນັ້ນຍັງເປັນຢູ່ໃນການຄອບຄອງຂອງລາວ, ບໍ່ວ່າຈະເປັນງົວ, ຫລືລາ, ຫລືແກະ, ລາວຕ້ອງຈ່າຍຄືນສອງເທົ່າ.