lo_exo_text_ulb_l3/17/04.txt

1 line
1.6 KiB
Plaintext

\v 4 ແລ້ວໂມເຊຈຶ່ງຮ້ອງຫາພຣະຢາເວວ່າ, "ຂ້ານ້ອຍຈະເຮັດຢ່າງໃດດີກັບປະຊາຊົນພວກນີ້? ພວກເຂົາເກືອບເອົາຫີນຂວ້າງຂ້ານ້ອຍແລ້ວ." \v 5 ພຣະຢາເວຈຶ່ງໄດ້ກ່າວກັບໂມເຊວ່າ, "ຈົ່ງລ່ວງຫນ້າປະຊາຊົນໄປ ແລະນຳພວກຜູ້ອາວຸໂສບາງຄົນຂອງອິສະຣາເອນໄປກັບເຈົ້າ. ຈົ່ງເອົາໄມ້ຄ້ອນເທົ້າທີເຈົ້າໃຊ້ຕີນໍ້າ ແລະຈົ່ງໄປ \v 6 ເຮົາຈະຢືນຢູ່ຕໍ່ຫນ້າເຈົ້າທີ່ນັ້ນ ເທີງໂຮເຣັບ, ແລະເຈົ້າຈົ່ງຕີກ້ອນຫີນນັ້ນ. ນໍ້າກໍຈະໄຫລອອກມາຈາກຫີນໃຫ້ປະຊາຊົນດື່ມ." ແລ້ວໂມເຊກໍເຮັດດັ່ງນັ້ນຕໍ່ຫນ້າພວກຜູ້ອາວຸໂສຂອງອິສະຣາເອນ. \v 7 ລາວໄດ້ເອີ້ນສະຖານທີ່ນັ້ນວ່າ ມັດສາ ແລະເມຣິບາ ເພາະຊາວອິສະຣາເອນຈົ່ມຕໍ່ວ່າ, ແລະເພາະພວກເຂົາໄດ້ທົດລອງພຣະຜູ້ເປັນເຈົ້າໂດຍກ່າວວ່າ, "ພຣະຢາເວສະຖິດຢູ່ກັບເຮົາຈິງຫລືບໍ?"