lo_exo_text_ulb_l3/15/19.txt

1 line
1.2 KiB
Plaintext

\v 19 ເພາະບັນດາມ້າຂອງຟາໂຣກັບລົດມ້າທັງຫລາຍຂອງພຣະອົງ ແລະພົນພົນມ້າໄດ້ລົງໄປໃນທະເລ. ພຣະຢາເວກໍໄດ້ໃຫ້ນໍ້າທະເລໄຫລກັບມາຖ້ວມພວກເຂົາເສຍ. ແຕ່ຊາວອິສະຣາເອນຍ່າງໄປເທີງດີນແຫ້ງກາງທະເລ. \v 20 ນາງມີຣີອາມຜູ້ປະກາດພຣະທຳ, ເອື້ອຍຂອງອາໂຣນ, ກໍຖືກອງແຊ່ງໄປນຳ, ແລະບັນດາຜູ້ຍີງທັງຫມົດກໍຖືກອງແຊ່ງໄປນຳ, ເຕັ້ນລຳໄປພ້ອມກັນກັບນາງ. \v 21 ນາງມີຣີອາມໄດ້ຮ້ອງເພງຕອບພວກເຂົາວ່າ: "ຈົ່ງຮ້ອງເພງຖວາຍພຣະຢາເວເທີ້ນ, ເພາະພຮະອົງໄດ້ໄຊຊະນະຢ່າງໃຫຍ່ຫລວງ. ບັນດາມ້າແລະພົນມ້າຂອງລາວ ພຣະອົງໄດ້ໂຍນລົງໄປໃນທະເລ."