lo_exo_text_ulb_l3/15/09.txt

1 line
1.2 KiB
Plaintext

\v 9 ຝ່າຍສັດຕູກ່າວວ່າ, 'ຂ້ອຍຈະຕິດຕາມ, ຂ້ອຍຈະໄລ່ໃຫ້ທັນ, ຂ້ອຍຈະແບ່ງຂອງທີປູ້ນມາ; ຂ້ອຍຈະພໍໃຈທີ່ໄດ້ເຮັດກັບພວກເຂົາສົມໃຈແລ້ວ; ຂ້ອຍຊັກດາບອອກມາ; ມືຂອງຂ້ອຍຈະທຳລາຍພວກເຂົາ.' \v 10 ແຕ່ພຣະອົງໄດ້ເປົ່າດ້ວຍລົມຂອງພຣະອົງ, ແລະທະເລກໍໄດ້ຖ້ວມພວກເຂົາ; ພວກເຂົາໄດ້ຈົມລົງເຫມືອນກົ່ວໃນກະແສນໍ້າທະເລອັນຍີ່ງໃຫຍ່. \v 11 ຈະມີໃຜເຫມືອນພຣະອົງ, ພຣະຢາເວ, ໃນທ່າມກາງບັນດາພະຕ່າງໆ? ມີໃຜຈະເຫມືອນພຣະອົງ, ຜູ້ງົດງາມໃນຄວາມບໍຣິສຸດ, ຫນ້າຖວາຍກຽດດ້ວຍຄຳສັນລະເສີນ, ຊົງເຮັດການອັດສະຈັນ?