lo_exo_text_ulb_l3/06/10.txt

1 line
1.1 KiB
Plaintext

\v 10 ແລ້ວພຣະຢາເວກ່າວແກ່ໂມເຊ ແລະບອກວ່າ, \v 11 "ຈົ່ງໄປບອກຟາໂຣ, ກະສັດແຫ່ງເອຢິບໃຫ້ປ່ອຍຊາວອິສະຣາເອນອອກຈາກແຜ່ນດີນຂອງລາວເສີຍ." \v 12 ໂມເຊເວົ້າກັບພຣະຢາເວວ່າ, "ແມ່ນແຕ່ຊາວອິສະຣາເອນຍັງບໍ່ຟັງຂ້ານ້ອຍແລ້ວ, ແລ້ວຟາໂຣຈະຟັງຂ້ານ້ອຍຫລື, ໃນເມື່ອຂ້ານ້ອຍເວົ້າບໍ່ເກັ່ງ?" \v 13 ພຣະຢາເວຈຶ່ງກ່າວແກ່ໂມເຊ ແລະ ແກ່ອາໂລນ. ພຣະອົງໄດ້ສັ່ງພວກເຂົາໃຫ້ແຈ້ງແກ່ຊາວອິສະຣາເອນແລະແກ່ຟາໂຣ, ກະສັດແຫ່ງເອຢິວ, ໃຫ້ປ່ອຍຊາວອິສະຣາເອນໃຫ້ອອກຈາກແຜ່ນດີນເອຢິບ.