lo_exo_text_ulb_l3/06/06.txt

1 line
1.1 KiB
Plaintext

\v 6 ສະນັ້ນ, ຈົ່ງກ່າວກັບອິສະຣາເອນວ່າ, 'ເຮົາຄືພຣະຢາເວ. ເຮົາຈະປົດປ່ອຍພວກເຈົ້າໃຫ້ພົ້ນຈາກການເປັນທາດຂອງຊາວເອຢິບ, ແລະເຮົາຈະເຮັດໃຫ້ພວກເຈົ້າພົ້ນຈາກອຳນາດຂອງພວກເຂົາ. ເຮົາຈະຊ່ວຍກອບກູ້ພວກເຈົ້າດ້ວຍການສຳແດງອຳນາດຂອງເຮົາ, ແລະດ້ວຍການພິພາກສາລົງໂທດຢ່າງຫນັກ. \v 7 ເຮົາຈະຮັບພວກເຈົ້າເປັນປະຊາຊົນຂອງເຮົາ, ເຮົາຈະເປັນພຣະເຈົ້າຂອງພວກເຈົ້າ. ແລ້ວພວກເຈົ້າຈະຮູ້ວ່າ ເຮົາຄືພຣະຢາເວພຣະເຈົ້າຂອງພວກເຈົ້າ, ຜູ້ໄດ້ນຳພວກເຈົ້າອອກມາຈາກການເປັນທາດຂອງຊາວເອຢິບ.