lo_exo_text_ulb_l3/06/02.txt

1 line
1.3 KiB
Plaintext

\v 2 ພຣະເຈົ້າກ່າວກັບໂມເຊ ແລະບອກກັບລາວວ່າ,"ເຮົາຄືພຣະຢາເວ. \v 3 ເຮົາໄດ້ປາກົດແກ່ອັບຣາຮາມ, ແກ່ອີຊາກ ແລະແກ່ຢາໂຄບໃນຖານະພຣະເຈົ້າຜູ້ຊົງລິດອຳນາດຍີ່ງໃຫຍ່; ແຕ່ວ່າໂດຍນາມຊື່ຂອງເຮົາ, ພຣະຢາເວ, ເຮົາບໍ່ໄດ້ໃຫ້ພວກເຂົາຮູ້ຈັກເທື່ອ. \v 4 ເຮົາຍັງຕັ້ງພັນທະສັນຍາກັບພວກເຂົາ, ເພື່ອຈະຍົກແຜ່ນດີນການາອານໃຫ້ແກ່ພວກເຂົາ, ແຜ່ນດີນຊຶ່ງພວກເຂົາເຄີຍໄດ້ອາໃສໃນຖານະຄົນຕ່າງດ້າວ, ແຜ່ນດີນຊຶ່ງພວກເຂົາໄດ້ເດີນທາງໄປມາ. \v 5 ຍີ່ງໄປກວ່ານັ້ນ, ເຮົາໄດ້ຍີນສຽງຄໍ່າຄວນຂອງຊາວອິສະຣາເອນຊຶ່ງເປັນທາດຂອງເອຢິບ, ແລະເຮົາຍັງຈົດຈຳພັນທະສັນຍາຂອງເຮົາໄດ້.