lo_exo_text_ulb_l3/10/14.txt

1 line
1.1 KiB
Plaintext

\v 14 ຝູງຕັກແຕນໄປທົ່ວແຜ່ນດີນເອຢິບ ແລະເກາະຢູ່ທົ່ວທຸກສ່ວນຂອງເອຢິບ. ແຕ່ກ່ອນບໍ່ເຄີຍມີຕັກແຕນຝູງໃຫຍ່ໃນແຜ່ນດີນຢ່າງນີ້ເລີຍ, ແລະຫລັງຈາກນີ້ຈະບໍ່ມີເຫດການຢ່າງນີ້ອີກເລີຍ. \v 15 ພວກມັນປົກຄຸມທົ່ວແຜ່ນດີນທັງຫມົດ ຈົນເຮັດໃຫ້ທຸກຢ່າງມືດໄປ. ພວກມັນກີນພືດພັນທຸກຢ່າງໃນແຜ່ນດີນ ແລະຫມາກໄມ້ຈາກຕົ້ນທັງຫມົດຊຶ່ງເຫລືອຈາກຫມາກເຫັບທຳລາຍ. ທົ່ວທັງແຜ່ນດີນເອຢິບນັ້ນ, ຈະບໍ່ມີພືດໃບຂຽວສົດເຫລືອເລີຍ, ບໍ່ວ່າຕົ້ນໄມ້ຫລືພືດພັນໃດໆໃນທົ່ງນາ.