lo_exo_text_ulb_l3/08/25.txt

1 line
1.5 KiB
Plaintext

\v 25 ຟາຣາໂອຈຶ່ງເອີ້ນໃຫ້ໂມເຊ ແລະອາໂຣນມາເຂົ້າເຝົ້າ ແລະກ່າວວ່າ, "ຈົ່ງໄປຖວາຍເຄື່ອງບູຊາແດ່ພຣະເຈົ້າຂອງເຈົ້າໃນດີນແດນຂອງເຮົາ." \v 26 ໂມເຊຕອບວ່າ, "ບໍ່ຖືກຕ້ອງສຳລັບຂ້ານ້ອຍທີຈະເຮັດເຊັ່ນນັ້ນ, ເພາະເຄື່ອງບູຊາທີ່ຂ້ານ້ອຍຖວາຍແດ່ພຣະຢາເວ ພຣະເຈົ້າຂອງພວກຂ້ານ້ອຍເປັນທີ່ລັງກຽດຂອງຊາວເອຢິບ. ຫາກພວກຂ້ານ້ອຍຖວາຍເຄື່ອງບູຊາຊຶ່ງເປັນທີ່ຫນ້າລັງກຽດ ໃນສາຍຕາຂອງຊາວເອຢິບ, ຈະບໍ່ຖືກພວກເຂົາເອົາກ້ອນຫີນຄວ່າງພວກຂ້ານ້ອຍຫລື? \v 27 ຢ່າໃຫ້ເປັນເຊັ່ນເລີຍ, ພວກຂ້ານ້ອຍຈຳເປັນຕ້ອງເດີນທາງສາມມື້ ເຂົ້າໄປໃນຖີ່ນແຫ້ງແລ້ງກັນດານ, ເພື່ອຖວາຍບູຊາແດ່ພຣະຢາເວພຣະເຈົ້າຂອງພວກຂ້ານ້ອຍ, ຕາມທີພຣະອົງຊົງສັ່ງພວກຂ້ານ້ອຍນັ້ນ."