lo_exo_text_ulb_l3/19/03.txt

1 line
1.5 KiB
Plaintext

\v 3 ໂມເຊໄດ້ຂື້ນໄປຫາພຣະເຈົ້າ. ພຣະຢາເວກ່າວກັບລາວຈາກພູ ແລະກ່າວວ່າ, "ຈົ່ງບອກໃຫ້ຄົວເຮືອນຂອງຢາໂຄບ, ປະຊາຊົນອິສະຣາເອນ: \v 4 ພວກເຈົ້າໄດ້ເຫັນສີ່ງທີ່ເຮົາເຮັດກັບຊາວເອຢິບ, ເຖີງວິທີທີ່ເຮົາອູ້ມຊູພວກເຈົ້າຂື້ນເຫມືອນປິກຂອງນົກອິນຊີ ແລະນຳພວກເຈົ້າໂດຍນໍາພວກເຈົ້າມາເຖີງເຮົາ. \v 5 ບັດນີ້, ຖ້າພວກເຈົ້າເຊື່ອຟັງສຽງຂອງເຮົາ ແລະຮັກສາພັນທະສັນຍາຂອງເຮົາໄວ້, ແລ້ວພວກເຈົ້າກໍຈະເປັນສົມບັດພິເສດຂອງເຮົາ ໃນທ່າມກາງຂອງປະຊາຊາດທັງຫລາຍ, ເພາະແຜ່ນດີນທັງປວງເປັນຂອງເຮົາ. \v 6 ພວກເຈົ້າຈະເປັນອານາຈັກປະໂຣຫິດ ແລະເປັນຊົນຊາດບໍຣິສຸດສຳລັບເຮົາ. ເຫລົ່ານີ້ເປັນຖ້ອຍຄຳທີ່ເຈົ້າຕ້ອງບອກກັບປະຊາຊົນອິສະຣາເອນ."