lo_exo_text_ulb_l3/38/01.txt

1 line
1.1 KiB
Plaintext

\c 38 \v 1 ເບຊາເລນໄດ້ເຮັດແທ່ນເຄື່ອງເຜົາບູຊາດ້ວຍໄມ້ກະຖິນເທດ. ຍາວຫ້າສອກ ແລະກວ້າງຫ້າສອກ - ຮູບສີ່ຫລ່ຽມຈັດຕຸລັດ - ແລະສູງສາມສອກ. \v 2 ລາວໄດ້ຂະຫຍາຍທັງສີ່ມູມເທິງແທ່ນ ນັ້ນຮູບເຫມືອດເຂົາງົວ. ເຂົາງົວນັ້ນເປັນເນື້ອດຽວກັບແທ່ນ, ລາວໄດ້ຫຸ້ມແທ່ນດ້ວຍທອງແດງ. \v 3 ລາວໄດ້ເຮັດເຄື່ອງໃຊ້ທຸກຢ່າງສຳລັບແທ່ນນັ້ນ - ຫມໍ້ສຳລັບໃສ່ຂີ້ເຖົາ, ຊວ້ານ, ອ່າງ, ຊ້ອມແກະຊີ້ນ, ແລະຖາດຮອງໄຟຕ່າງໆ. ລາວໄດ້ເຮັດເຄື່ອງໃຊ້ທຸກອັນ ສຳລັບແທ່ນນັ້ນດ້ວຍທອງແດງ.