lo_exo_text_ulb_l3/19/01.txt

1 line
692 B
Plaintext

\c 19 \v 1 ໃນເດືອນທີສາມຫລັງຈາກປະຊາຊົນອິສະຣາເອນໄດ້ອອກຈາກແຜ່ນດິນອີຢິບ, ໃນມື້ດຽວກັນນັ້ນ, ພວກເຂົາໄດ້ມາເຖິງຖິ່ນແຫ້ງແລ້ງກັນດານຊີນາຍ. \v 2 ຫລັງຈາກພວກເຂົາອອກຈາກເຣຟິດິມ ແລະມາເຖິງຖິ່ນແຫ້ງແລ້ງກັນດານຊີນາຍ, ພວກເຂົາກໍຕັ້ງຄ້າຍຢູ່ໃນຖິ່ນແຫ້ງແລ້ງກັນດານທາງດ້ານຫນ້າພູ.