lo_exo_text_ulb_l3/40/14.txt

1 line
1023 B
Plaintext

\v 14 ເຈົ້າຈົ່ງນຳລູກຊາຍທັງຫລາຍຂອງລາວມາດ້ວຍ ແລະສວມເສື້ອຄຸມໃຫ້ພວກເຂົາ. \v 15 ເຈົ້າຕ້ອງເຈີມພວກເຂົາເຊັ່ນດຽວກັນກັບທີ່ເຈົ້າເຈີມບິດາຂອງພວກເຂົາ ເພື່ອພວກເຂົາຈະເປັນປະໂລຫິດຮັບໃຊ້ເຮົາ. ການເຈີມນັ້ນຈະເປັນການເຈີມແຕ່ງຕັ້ງພວກເຂົາໄວ້ເປັນປະໂລຫິດທີ່ມີຜົນຕະຫລອດຊົ່ວຊາດພັນຂອງພວກເຂົາ." \v 16 ນີ້ຄືສິ່ງທີ່ໂມເຊໄດ້ເຮັດຄື; ລາວໄດ້ເຮັດທຸກສິ່ງຕາມທີ່ພຣະຢາເວໄດ້ສັ່ງລາວ. ລາວໄດ້ເຮັດສິ່ງທັງປວງນີ້.