\c 39 \v 1 ພວກເຂົາໄດ້ຫຍິບເຄື່ອງແຕ່ງກາຍຢ່າງວິຈິດບັນຈົງດ້ວຍດ້າຍຂົນແກະສີຟ້າ, ສີມ່ວງ, ແລະສີແດງເຂັ້ມ ສຳລັບນຸ່ງເວລາປະຕິບັດຫນ້າທີ່ໃນສະຖານນະມັດສະການ. ພວກເຂົາໄດ້ເຮັດເຄື່ອງແຕ່ງກາຍຂອງອາໂຣນສຳລັບສວມໃນສະຖານບໍຣິສຸດ, ຕາມທີ່ພຣະຢາເວໄດ້ຊົງສັ່ງໂມເຊນັ້ນ.