lo_exo_text_ulb_l3/38/24.txt

1 line
1.4 KiB
Plaintext

\v 24 ທອງຄຳທັງຫມົດທີ່ໃຊ້ສຳລັບການສ້າງນີ້, ໃນວຽກທັງຫມົດທີ່ກ່ຽວຂ້ອງກັບສະຖານບໍຣິສຸດນັ້ນ—ທອງຄຳທີ່ມາຈາກເຄື່ອງຖວາຍບູຊາໂບກ—ມີນໍ້າຫນັກຊາວເກົ້າຕະລັນ ແລະ 730 ເຊເຂັນ, ຕາມມາດຕາຊັ່ງນໍ້າຫນັກເຊເຂັນຂອງສະຖານນະມັດສະການ. \v 25 ເງິນທີ່ໄດ້ຈາກຊຸມຊົນຈາກການຖວາຍໂບກຫນັກຫນຶ່ງຮ້ອຍຕະລັນ ແລະ 1,775 ເຊເຂ, ຕາມມາດຕາຊັ່ງນໍ້າຫນັກຂອງສະຖານນະມັດສະການ. \v 26 ຫລືໂດຍເກັບເງິນຜູ້ຊາຍຄົນລະຫນຶ່ງເບຄາ, ນີ້ຄືເຄິ່ງເຊເຂ, ຊັ່ງຕາມເຊເຂຂອງສະຖານນະມັດສະການ. ຈຳນວນຕົວເລກນີ້ມີພື້ນຖານຈາກທຸກຄົນທີ່ໄດ້ນັບໄວ້ໃນທະບຽນສຳມະໂນຄົວ, ຄົນເຫລົ່ານັ້ນທີ່ມີອາຍຸແຕ່ຊາວປີຂຶ້ນໄປ—ລວມທັງຫມົດໄດ້ 603,550 ຄົນ.