lo_exo_text_ulb_l3/38/21.txt

1 line
1.2 KiB
Plaintext

\v 21 ຕໍ່ໄປນີ້ຄືສີ່ງຂອງທີ່ໃຊ້ໃນຫໍເຕັນ, ຄືຫໍເຕັນແຫ່ງກົດເກນແຫ່ງພັນທະສັນຍາ, ຊຶ່ງໄດ້ບັນທືກໄວ້ຕາມຄຳສັ່ງຂອງໂມເຊ. ເປັນວຽກຂອງຄົນເລວີໃນການດູແລຂອງອີທາມາລູກຊາຍຂອງອາໂຣນປະໂລຫິດ. \v 22 ເບຊາເລນລູກຊາຍຂອງອູຣີເປັນລູກຊາຍຂອງຮູເຣ, ຈາກເຜົ່າຢູດາ, ໄດ້ເຮັດທຸກສິ່ງທີ່ພຣະຢາເວໄດ້ຊົງສັ່ງຜ່ານທາງໂມເຊ. \v 23 ໂອໂຮລຽບ ລູກຊາຍຂອງອາຮີສາມັກ, ຈາກເຜົ່າດານ, ຜູ້ຮ່ວມງານກັບເບຊາເລນເປັນຊ່າງແກະສະຫລັກ, ເປັນຊ່າງຊຳນານວຽກ, ແລະເປັນຊ່າງແສ່ວໂດຍໃຊ້ດ້າຍຂົນແກະສີຟ້າ, ສີມ່ວງ, ແລະສີແດງເຂັ້ມ, ແລະຜ້າປ່ານເນື້ອດີ.