lo_exo_text_ulb_l3/38/17.txt

1 line
1.4 KiB
Plaintext

\v 17 ຖານຮອງຮັບເສົານັ້ນເຮັດທອງແດງ. ສ່ວນຂໍຕິດເສົາ ແລະຮາວຍຶດເສົາເຮັດດ້ວຍເງິນ, ແລະຫົວເສົານັ້ນຫຸ້ມດ້ວຍເງິນ. ເສົາທຸກຕົ້ນຂອງລານມີຮາວຍຶດເສົາເຮັດດ້ວຍເງິນ. \v 18 ຜ້າກັ້ງທີ່ປະຕູລານນັ້ນຍາວຊາວສອກ. ຜ້າກັ້ງນັ້ນເຮັດຈາກຜ້າເລນິນເນື້ອດີ ສີຟ້າ, ສີມ່ວງ ແລະດ້າຍສີແດງເຂັ້ມ ຜ້າປ່ານເນື້ອດີດ້າຍຄູ່, ຍາວຊາວສອກ, ຄືຄວາມຍາວຊາວສອກ ແລະສູງຫ້າສອກ, ສະເຫມີກັບຜ້າບັງລານ. \v 19 ມີຖານຮອງຮັບເສົາ ສີ່ຖານເປັນທອງແດງ ແລະຂໍແກະເຮັດດ້ວຍເງິນ. ສ່ວນທີ່ຫຸ້ມຫົວເສົາກັບຮາວຍຶດເສົາເຮັດດ້ວຍເງິນ. \v 20 ຫລັກຫມຸດທຸກອັນຂອງຫໍເຕັນ ແລະຂອງລານຮອບຫໍເຕັນນັ້ນເຮັດດ້ວຍທອງແດງ.