lo_exo_text_ulb_l3/37/20.txt

1 line
1.3 KiB
Plaintext

\v 20 ເທິງຄັນຕະກຽງ, ຢູ່ທາງກາງ, ຈະຕ້ອງມີຈອກສີ່ຫນ່ວຍທີ່ເຮັດເປັນເຫມືອນຮູບດອກໄມ້ຫມາກບົກ, ຮອງດ້ວຍຖານໃບ ແລະດອກທັງຫລາຍ. \v 21 ໃຫ້ເຮັດຖານໃບຫນຶ່ງອັນຮອງຮັບກິ່ງຂະຫນານຄູ່ທຳອິດ—ໃຫ້ເຮັດຂຶ້ນເປັນເນື້ອດຽວກັນ, ແລະອີກຖານໃບຫນຶ່ງຮອງຮັບກິ່ງຂະຫນານຄູ່ທີ່ສອງ—ໃຫ້ເຮັດເປັນເນື້ອດຽວຄືກັນ. ໃນເຊັ່ນດຽວກັນອີກດອກຫນຶ່ງຮອງຮັບກິ່ງຂະຫນານຄູ່ທີ່ສາມ, ໃຫ້ເຮັດເປັນເນື້ອດຽວກັນ, ຈະຕ້ອງເຫມືອນກັນສຳລັບທັງຫົກກິ່ງທີ່ຍື່ນອອກມາຈາກຄັນຕະກຽງ. \v 22 ຖານໃບ ແລະກິ່ງເປັນເນື້ອດຽວກັບຄັນຕະກຽງທັງຫມົດ, ຕີຂຶ້ນຮູບເປັນເນື້ອດຽວກັນ ດ້ວຍທອງຄຳບໍຣິສຸດ.