lo_exo_text_ulb_l3/37/17.txt

1 line
1.3 KiB
Plaintext

\v 17 ລາວໄດ້ເຮັດຄັນຕະກຽງດ້ວຍທອງຄຳບໍຣິສຸດໂດຍໃຊ້ຄ້ອນຕີຂຶ້ນຮູບ. ລາວໄດ້ເຮັດພ້ອມທັງຖານ ແລະລຳຕົວຂອງຄັນຕະກຽງ. ຈອກທັງຫລາຍ, ຮອງຕະກຽງ, ຖານໃບ, ແລະດອກຂອງມັນກໍເຮັດເປັນເນື້ອດຽວກັບຄັນຕະກຽງ. \v 18 ມີກິ່ງຫົກກິ່ງຂະຫຍາຍອອກຈາກຄັນຕະກຽງຂ້າງຂອງມັນ—ຂ້າງລະສາມກິ່ງຂະຫຍາຍອອກຈາກຄັນ, ແລະອີກສາມກິ່ງຂະຫຍາຍອອກອີກຂ້າງຫນຶ່ງ. \v 19 ກິ່ງທຳອິດຈະຕ້ອງມີສາມຈອກ ຄ້າຍຄືດອກໄມ້ຫມາກບົກ, ມີຖານໃບ, ແລະດອກ, ແລະອີກກິ່ງຫນຶ່ງມີສາມດອກເຮັດຄ້າຍຄືດອກໄມ້ຫມາກບົກ, ມີຖານໃບ ແລະດອກ. ຈະຕ້ອງເຫມືອນກັນທັງຫົກກິ່ງທີ່ຍື່ນອອກມາຈາກຄັນຕະກຽງ.