lo_exo_text_ulb_l3/37/07.txt

1 line
841 B
Plaintext

\v 7 ເບຊາເລນໄດ້ເຮັດເຄຣູບຄຳສອງຮູບທີ່ຂຶ້ນຮູບດ້ວຍ ຄ້ອນທີ່ປາຍຝາຫີບໄຖ່ບາບ. \v 8 ເຄຣູບອົງຫນຶ່ງຢູ່ທີ່ປາຍຝາຫີບໄຖ່ບາບດ້ານຫນຶ່ງ, ແລະອີກອົງຫນຶ່ງຢູ່ອີກດ້ານຫນຶ່ງ ພວກເຂົາໄດ້ເປັນເນື້ອດຽວກັນກັບຝາຫີບໄຖ່ບາບ. \v 9 ເຄຣູບໄດ້ກາງປີກຂຶ້ນສູງ ແລະ ປົກຄຸມຝາຫີບໄຖ່ບາບ. ເຄຣູບແຕ່ລະອົງຫັນຫນ້າເຂົ້າຫາກັນ ແລະ ເບິ່ງມາທາງກາງຝາຫີບໄຖ່ບາບ.