lo_exo_text_ulb_l3/36/11.txt

1 line
1.0 KiB
Plaintext

\v 11 ລາວໄດ້ເຮັດຫູຜ້າກັ້ງດ້ວຍດ້າຍສີຟ້າ ຕິດໄວ້ຕາມຂອບຜ້າກັ້ງດ້ານນອກສຸດຂອງຊຸດທີຫນຶ່ງ, ແລະລາວກໍໄດ້ເຮັດຢ່າງດຽວກັນທີ່ດ້ານນອກຂອບຜ້າກັ້ງໃນຜ້າກັ້ງຊຸດທີສອງ. \v 12 ລາວໄດ້ເຮັດຫູຂອງຜ້າກັ້ງຜືນທຳອິດຫ້າສິບຫູ ແລະຕາມຂອບຜ້າກັ້ງຊຸດທີສອງ ຫ້າສິບຫູ. ດັ່ງນັ້ນຫູຂອງຜ້ງກັ້ງຈຶ່ງຢູ່ກົງກັນຂວ້າມກັນ. \v 13 ລາວໄດ້ເຮັດຂໍເກາະທອງຄຳ ຫ້າສິບອັນ ແລະ ໃຊ້ກ່ຽວຫູຂອງແຖບຜ້າກັ້ງເຂົ້າດ້ວຍກັນ ເພື່ອໃຫ້ຫໍເຕັນເປັນຫນຶ່ງດຽວກັນ.