lo_exo_text_ulb_l3/36/02.txt

1 line
1.1 KiB
Plaintext

\v 2 ໂມເຊຈຶ່ງໄດ້ເອີ້ນເບຊາເລນ ແລະໂອໂຮລຽບ ແລະຊ່າງສີມືທຸກຄົນ ຊຶ່ງພຣະຢາເວປຣະທານສະຕິປັນຍາໄວ້ໃນໃຈຂອງເຂົາ, ແລະຄືຄົນທີ່ເຕັມໃຈມາ ແລະເຮັດວຽກ. \v 3 ພວກເຂົາໄດ້ຮັບສິ່່ງຂອງຖວາຍທຸກຢ່າງມາຈາກໂມເຊ ຄືສິ່ງຂອງຖວາຍທີ່ຊາວອິສະຣາເອນໄດ້ນຳມາຖວາຍເພື່ອສ້າງສະຖານບໍຣິສຸດ. ປະຊາຊົນຍັງນຳບັນດາເຄື່ອງຖວາຍມາໃຫ້ໂມເຊດ້ວຍຄວາມເຕັມໃຈອີກທຸກເຊົ້າ. \v 4 ດັ່ງນັ້ນຊ່າງຝີມືທຸກຄົນທີ່ກໍາເຮັດວຽກເພື່ອສະຖານບໍຣິສຸດນັ້ນ ຕ່າງກໍໄດ້ປະລະຈາກວຽກຂອງຕົນທີ່ໄດ້ເຮັດຢູ່.