lo_exo_text_ulb_l3/35/30.txt

1 line
1.1 KiB
Plaintext

\v 30 ໂມເຊໄດ້ກ່າວກັບອິສະຣາເອນວ່າ, "ເບິ່ງແມ, ພຣະຢາເວໄດ້ເອີ້ນຊື່ເບຊາເລນລູກຊາຍຂອງອູເຣ, ຈາກເຜົ່າຢູດາ. \v 31 ພຣະອົງໄດ້ເຕືມໃຫ້ເບຊາເລນ ເຕັມປ່ຽມດ້ວຍພຣະວິນຍານຂອງພຣະເຈົ້າ, ໃຫ້ລາວມີສະຕິປັນຍາ, ຄວາມເຂົ້າໃຈ, ແລະຄວາມຮູ້ໃນງານຊ່າງທຸກຢ່າງ, \v 32 ເພື່ອອອກແບບຢ່າງວິຈິດບັນຈົງໃນການເຮັດເຄື່ອງຄຳ, ເງິນ, ແລະ ທອງແດງ; \v 33 ໃນການເຈຍລະໄນພອຍຕ່າງໆ, ແລະໃນການຕິດໃນຕົວເຮືອນ ໃນການແກະສະລັກໄມ້—ສຳລັບງານອອກແບບທຸກຊະນິດ ແລະ ງານຊ່າງທຸກຢ່າງດ້ວຍ.