lo_exo_text_ulb_l3/35/20.txt

1 line
1.2 KiB
Plaintext

\v 20 ແລ້ວທຸກເຜົ່າຂອງອິສະຣາເອນແຍກຍ້າຍ ແລະຈາກກັນໄປຈາກໂມເຊ. \v 21 ທຸກຄົນທີ່ເຕັມໃຈ ແລະປາຖະຫນາທີ່ຈະຖວາຍ ຕ່າງກໍໄດ້ນຳສິ່ງຂອງມາຖວາຍແດ່ພຣະຢາເວ ສຳລັບການສ້າງຫໍເຕັນ, ອຸປະກອນທຸກຢ່າງສຳລັບວຽກຮັບໃຊ້ໃນຫໍເຕັນ, ແລະສຳລັບເຄື່ອງແຕ່ງກາຍບໍຣິສຸດຕ່າງໆ. \v 22 ພວກເຂົາໄດ້ມາ, ທັງຊາຍ ແລະຍິງ, ຄືທຸກຄົນທີ່ເຕັມໃຈ. ພວກເຂົາໄດ້ນຳເຂັມຄັດ, ບັນດາຕຸ້ມຫູ, ບັນດາແຫວນ, ແລະບັນດາເຄື່ອງປະດັບ, ທຸກອັນລ້ວນເປັນຄຳ. ພວກເຂົາທຸກຄົນໄດ້ນຳສິ່ງຂອງຖວາຍເປັນຄຳມາ ເປັນເຄື່ອງບູຊາໂບກຖວາຍແດ່ພຣະຢາເວ.