lo_exo_text_ulb_l3/35/17.txt

1 line
1.1 KiB
Plaintext

\v 17 ພວກເຂົາຈຶ່ງໄດ້ນຳຜ້າກັ້ງສໍາລັບກັ້ນລານຫໍເຕັນ ພ້ອມທັງເສົາ ແລະຖານຮອງຮັບເສົາ, ແລະຜ້າກັ້ງບັງຕາສຳລັບທາງເຂົ້າລານ; \v 18 ແລະບັນດາຫລັກຫມຸດສຳລັບຫໍເຕັນ ແລະບັນດາຫລັກຫມຸດສຳລັບລານຫໍເຕັນ, ພ້ອມກັບບັນດາເຊືອກ. \v 19 ພວກເຂົາຈຶ່ງນຳເຄື່ອງແຕ່ງກາຍຕ່າງໆ ທີ່ຫຍິບດ້ວຍມືຢ່າງວິຈິດບັນຈົງສຳລັບການຮັບໃຊ້ໃນສະຖານບໍຣິສຸດ, ເຄື່ອງແຕ່ງກາຍບໍຣິສຸດຕ່າງໆສຳລັບອາໂຣນປະໂຣຫິດ ແລະບັນດາລູກຊາຍຂອງລາວ, ເພື່ອໃຫ້ພວກເຂົາໃຊ້ປະຕິບັດງານຂອງປະໂລຫິດ."