lo_exo_text_ulb_l3/35/13.txt

1 line
1.1 KiB
Plaintext

\v 13 ພວກເຂົາຈຶ່ງໄດ້ນຳໂຕະພ້ອມກັບໄມ້ຄານສຳລັບຫາມ, ເຄື່ອງໃຊ້ທຸກຢ່າງສຳລັບໂຕະ, ແລະເຂົ້າຈີ່ວາງຕໍ່ຫນ້າ; \v 14 ຄັນຕະກຽງທີ່ໃຫ້ແສງສະຫວ່າງ, ພ້ອມກັບອຸປະກອນຕ່າງໆສຳລັບຄັນຕະກຽງ, ບັນດາຕະກຽງ, ແລະນໍ້າມັນຈູດບັນດາຕະກຽງ; \v 15 ແທ່ນເຜົາເຄື່ອງຫອມພ້ອມກັບບັນດາໄມ້ຄານ, ນໍ້າມັນເຈີມ ແລະເຄື່ອງຫອມ; ຜ້າກັ້ງບັງຕາສຳລັບທາງເຂົ້າຫໍເຕັນ; \v 16 ແທ່ນສຳລັບເຄື່ອງເຜົາບູຊາ ພ້ອມດ້ວຍຕາຫນ່າງທອງແດງ ແລະບັນດາໄມ້ຄານຫາມ ແລະເຄື່ອງໃຊ້ຕ່າງໆຂອງແທ່ນ; ແລະອ່າງຂະຫນາດໃຫຍ່ກັບຖານຮອງ.