lo_exo_text_ulb_l3/35/04.txt

1 line
1.3 KiB
Plaintext

\v 4 ໂມເຊກ່າວກັບຊຸມນຸມທັງສິ້ນຂອງອິສະຣາເອນ, ກ່າວວ່າ, "ນີ້ຄືສີ່ງທີ່ພຣະຢາເວໄດ້ສັ່ງໄວ້. \v 5 ຈົ່ງນຳເຄື່ອງບູຊາມາຖວາຍແດ່ພຣະຢາເວ, ທຸກຄົນໃນພວກເຈົ້າທີ່ເຕັມໃຈ. ຈົ່ງນຳສິ່ງຂອງມາຖວາຍແດ່ພຣະຢາເວ—ຄຳ, ເງິນ, ທອງແດງ, \v 6 ດ້າຍຂົນແກະສີຟ້າ, ສີມ່ວງ, ແລະສີແດງເຂັ້ມ, ຜ້າປ່ານຢ່າງດີ; ຂົນແບ້; \v 7 ບັນດາຫນັງແກະໂຕຜູ້ຍ້ອມສີແດງ; ແລະບັນດາຫນັງງົວທະເລ; ໄມ້ກະຖິນເທດ; \v 8 ນໍ້າມັນຄັນຕະກຽງສຳລັບສະຖານນະມັດສະການ, ເຄື່ອງເທດສຳລັບປຸງນໍ້າມັນໄວ້ເຈີມ ແລະສຳລັບປຸງເຄື່ອງຫອມ, \v 9 ພອຍສີນໍ້າເຂົ້າ ແລະພອຍຕ່າງໆສຳລັບຕິດໃນເອໂຟດ ແລະ ເສື້ອຮັດເອີກ.