lo_exo_text_ulb_l3/34/29.txt

1 line
988 B
Plaintext

\v 29 ເມື່ອໂມເຊລົງມາຈາກພູຊີນາຍ ມີແຜ່ນພຣະບັນຍັດສອງແຜ່ນໃນມືຂອງລາວດ້ວຍ, ລາວບໍ່ໄດ້ຮູ້ໃບຫນ້າຂອງລາວສ່ອງແສງປະກາຍໃນຂະນະທີ່ລາວສົນທະນາກັບພຣະເຈົ້າ. \v 30 ເມື່ອອາໂຣນ ແລະຊາວອິສະຣາເອນເຫັນໂມເຊ, ໃບຫນ້າຂອງລາວກໍສ່ອງແສງປະກາຍ, ແລະພວກເຂົາກໍຢ້ານບໍ່ກ້າເຂົ້າມາໃກ້ລາວ. \v 31 ແຕ່ໂມເຊຈຶ່ງໄດ້ເອີ້ນພວກເຂົາມາ, ແລະອາໂຣນ ແລະຜູ້ນຳທັງຫມົດຂອງຊຸມນຸມຊົນກໍກັບມາຫາລາວ, ແລ້ວໂມເຊກ່າວກັບພວກເຂົາ.