lo_exo_text_ulb_l3/33/14.txt

1 line
1.2 KiB
Plaintext

\v 14 ພຣະຢາເວໄດ້ກ່າວວ່າ, "ເຮົາເອງຈະໄປກັບເຈົ້າ, ແລະເຮົາຈະໃຫ້ເຈົ້າໄດ້ເບົາໃຈ." \v 15 ແລ້ວໂມເຊຈຶ່ງກ່າວກັບພຣະອົງວ່າ, "ຖ້າພຣະອົງເອງບໍ່ ສະເດັດໄປກັບພວກຂ້ານ້ອຍ, ກໍຢ່ານຳພວກຂ້ານ້ອຍຂຶ້ນໄປຈາກທີ່ນີ້ເລີຍ. \v 16 ຖ້າບໍ່ເປັນດັ່ງນັ້ນແລ້ວ, ຈະຮູ້ໄດ້ຢ່າງໃດວ່າ ຂ້ານ້ອຍ ແລະປະຊາຊົນຂອງພຣະອົງໄດ້ເປັນທີ່ພໍໃຈໃນພຣະເນດຂອງພຣະອົງແລ້ວ? ນອກຈາກພຣະອົງຈະສະເດັດໄປກັບພວກຂ້ານ້ອຍດ້ວຍບໍ່ແມ່ນບໍ? ເພື່ອວ່າຂ້ານ້ອຍ ແລະປະຊາຊົນຂອງພຣະອົງ ຈຶ່ງແຕກຕ່າງຈາກຊົນຊາດອື່ນທົ່ວແຜ່ນດິນໂລກບໍ?"