lo_exo_text_ulb_l3/33/12.txt

1 line
1.2 KiB
Plaintext

\v 12 ໂມເຊກ່າວກັບພຣະຢາເວວ່າ, "ເບິ່ງແມ, ພຣະອົງໄດ້ສັ່ງຂ້ານ້ອຍວ່າ, 'ຈົ່ງນຳປະຊາຊົນນີ້ຂຶ້ນໄປ,' ແຕ່ພຣະອົງບໍ່ໄດ້ແຈ້ງໃຫ້ຂ້ານ້ອຍຮູ້ວ່າ ຈະໃຊ້ໃຜຂຶ້ນໄປກັບຂ້ານ້ອຍ. ພຣະອົງຍັງໄດ້ກ່າວວ່າ, 'ເຮົາຮູ້ຈັກຊື່ຂອງເຈົ້າ, ແລະເຈົ້າຍັງເປັນທີ່ພໍໃຈໃນສາຍຕາຂອງເຮົາດ້ວຍ.' \v 13 ບັດນີ້ ຖ້າຂ້ານ້ອຍໄດ້ເປັນທີ່ພໍໃຈໃນພຣະເນດຂອງພຣະອົງແລ້ວ, ຂໍໂຜດສຳແດງທາງຂອງພຣະອົງແກ່ຂ້ານ້ອຍ ເພື່ອວ່າຂ້ານ້ອຍຈະຮູ້ຈັກພຣະອົງ ແລະຂ້ານ້ອຍຈະຍັງເປັນທີ່ພໍໃຈໃນພຣະເນດຂອງພຣະອົງ. ໂຜດຈື່ຈຳວ່າຊົນຊາດນີ້ເປັນປະຊາຊົນຂອງພຣະອົງ."