lo_exo_text_ulb_l3/33/07.txt

1 line
1.2 KiB
Plaintext

\v 7 ໂມເຊຕັ້ງເຕັນຫລັງຫນຶ່ງໄວ້ ແລະ ວາງໄວ້ນອກຈາກຄ້າຍໄກພໍສົມຄວນຈາກຄ້າຍ. ລາວເອີ້ນວ່າຫໍເຕັນແຫ່ງການຊຸມນຸມ. ທຸກໆຄົນທີ່ໄດ້ຖາມພຣະຢາເວເລື່ອງໃດໆ ກໍຈະອອກໄປຍັງຫໍເຕັນແຫ່ງການຊຸມນຸມ ຊຶ່ງຕັ້ງຢູ່ນອກຄ້າຍ. \v 8 ເມື່ອໃດກໍຕາມທີ່ໂມເຊອອກໄປຍັງຫໍເຕັນນັ້ນ, ປະຊາຊົນທັງຫມົດກໍລຸກຂຶ້ນຢືນຢູ່ ທີ່ທາງເຂົ້າຫໍເຕັນຂອງຕົນ ແລະເບິ່ງໂມເຊຈົນກວ່າລາວເຂົ້າໄປຂ້າງໃນ. \v 9 ເມື່ອໃດກໍຕາມທີ່ໂມເຊເຂົ້າໄປໃນຫໍເຕັນແລ້ວ, ເສົາເມກຈະໄດ້ລອຍລົງມາຕັ້ງຢູ່ທີ່ປະຕູທາງເຂົ້າຫໍເຕັນ, ແລະພຣະຢາເວກໍກ່າວກັບໂມເຊ.