lo_exo_text_ulb_l3/33/04.txt

1 line
1.1 KiB
Plaintext

\v 4 ເມື່ອປະຊາຊົນໄດ້ຍິນຂ່າວຮ້າຍນີ້, ພວກເຂົາກໍເປັນທຸກຫລາຍ, ແລະບໍ່ມີໃຜສວມໃສ່ເຄື່ອງປະດັບເລີຍ. \v 5 ພຣະຢາເວໄດ້ກ່າວກັບໂມເຊວ່າ, "ຈົ່ງກ່າວແກ່ປະຊາຊົນວ່າ, 'ເຈົ້າທັງຫລາຍເປັນຊົນຊາດທີ່ຫົວແຂງ. ຖ້າເຮົາໄປກັບພວກເຈົ້າບຶດຫນຶ່ງ, ເຮົາກໍຈະທຳລາຍລ້າງພວກເຈົ້າເສຍ. ບັດນີ້, ຈົ່ງຖອດເຄື່ອງປະດັບອອກເສຍ ເພື່ອເຮົາຈະຕັດສິນໃຈວ່າຈະເຮັດຢ່າງໃດກັບພວກເຈົ້າ.'" \v 6 ດັ່ງນັ້ນຊາວອິສະຣາເອນ ຈຶ່ງບໍ່ໄດ້ສວມໃສ່ເຄື່ອງປະດັບ ຕັ້ງແຕ່ຕອນທີ່ຢູ່ເຂດພູໂຮເຣັບເປັນຕົ້ນມາ.