lo_exo_text_ulb_l3/33/01.txt

1 line
1.4 KiB
Plaintext

\c 33 \v 1 ພຣະຢາເວກ່າວກັບໂມເຊວ່າ, "ຈົ່ງໄປຈາກທີ່ນີ້, ເຈົ້າ ແລະປະຊາຊົນຜູ້ຊຶ່ງເຈົ້າໄດ້ນຳອອກມາຈາກແຜ່ນດິນອີຢິບ. ໄປຍັງແຜ່ນດິນຊຶ່ງເຮົາໄດ້ສັນຍາກັບອັບຣາຮາມ, ອີຊາກ, ແລະຢາໂຄບ, ເມື່ອເຮົາໄດ້ເວົ້າວ່າ, 'ເຮົາຈະໃຫ້ແຜ່ນດິນນັ້ນແກ່ເຊື້ອສາຍຂອງພວກເຈົ້າ.' \v 2 ເຮົາຈະໃຊ້ເທວະດາອົງຫນຶ່ງນຳຫນ້າພວກເຈົ້າໄປ, ແລະເຮົາຈະຂັບໄລ່ຊາວການາອານ, ຊາວອະໂມຣິດ, ຊາວຮິດຕີ, ຊາວເປຣີຊີ, ຊາວຮີວີ, ແລະຊາວເຢບຸດ ອອກໄປເສຍ. \v 3 ຈົ່ງຂຶ້ນໄປຍັງແຜ່ນດິນ, ຊຶ່ງມີນໍ້ານົມ ແລະນໍ້າເຜິ້ງໄຫລ, ແຕ່ເຮົາຈະບໍ່ໄປກັບເຈົ້າ, ເພາະວ່າພວກເຈົ້າເປັນປະຊາຊົນທີ່ຫົວແຂງ, ຢ້ານວ່າເຮົາຈະທຳລາຍພວກເຈົ້າເສຍກາງທາງ."