lo_exo_text_ulb_l3/32/28.txt

1 line
708 B
Plaintext

\v 28 ຄົນເລວີກໍເຮັດຕາມທີ່ໂມເຊໄດ້ສັ່ງ. ໃນມື້ນັ້ນປະຊາຊົນປະມານສາມພັນຄົນໄດ້ຕາຍລົງ. \v 29 ໂມເຊໄດ້ກ່າວກັບຄົນເລວີ, "ໃນມື້ນີ້ທ່ານທັງຫລາຍຈົ່ງສະຖາປະນາຕົນເອງຮັບໃຊ້ພຣະຢາເວ, ແຕ່ລະຄົນຈົ່ງສູ້ຮົບກັບລຸກຊາຍ ແລະອ້າຍນ້ອງຂອງຕົນ, ເພື່ອວ່າພຣະຢາເວຈະໄດ້ອວຍພອນທ່ານທັງຫລາຍມື້ນີ້."