lo_exo_text_ulb_l3/32/21.txt

1 line
1.5 KiB
Plaintext

\v 21 ແລ້ວໂມເຊກ່າວກັບອາໂຣນວ່າ, "ປະຊາຊົນນີ້ເຮັດຫຍັງໃຫ້ແກ່ເຈົ້າ, ເຈົ້າຈຶ່ງນຳບາບໃຫຍ່ນີ້ມາສູ່ພວກເຂົາ?" \v 22 ອາໂຣນຕອບວ່າ, "ຢ່າໃຫ້ຄວາມໂກດຮ້າຍຂອງທ່ານເຜົາໄຫມ້ຂຶ້ນເລີຍ, ເຈົ້ານາຍຂອງຂ້ານ້ອຍ. ທ່ານກໍ່ຮູ້ວ່າປະຊາຊົນພວກນີ້, ພວກເຂົາຮູ້ວິທີທີ່ຈະເຮັດຊົ່ວ. \v 23 ພວກເຂົາໄດ້ມາບອກຂ້ານ້ອຍວ່າ, 'ຂໍສ້າງພະໃຫ້ເຮົາຊຶ່ງຈະນຳຫນ້າເຮົາ. ດ້ວຍວ່າໂມເຊ, ຄົນນີ້ທີ່ໄດ້ນຳເຮົາອອກຈາກແຜ່ນດິນອີຢິບນັ້ນ, ພວກເຮົາບໍ່ຮູ້ວ່າມີຫຍັງເກີດຂຶ້ນກັບລາວແລ້ວ.' \v 24 ດັ່ງນັ້ນ ຂ້ານ້ອຍໄດ້ຕອບພວກເຂົາວ່າ, 'ໃຜມີຄຳ, ໃຫ້ປົດອອກມາ.' ພວກເຂົາກໍມອບຄຳໃຫ້ຂ້ານ້ອຍ ແລະຂ້ານ້ອຍກໍໄດ້ໂຍນລົງໄປໃນໄຟ ແລະຜົນກໍຄືລູກງົວນີ້."