lo_exo_text_ulb_l3/32/09.txt

1 line
1.3 KiB
Plaintext

\v 9 ແລ້ວພຣະຢາເວກ່າວກັບໂມເຊວ່າ, \v 10 "ເຮົາໄດ້ເຫັນຊົນຊາດນີ້ແລ້ວ. ເບິ່ງແມ, ພວກເຂົາເປັນຊົນຊາດທີ່ຫົວດື້. ບັດນີ້ ຈົ່ງຢ່າພະຍາຍາມຫ້າມເຮົາ. ເພື່ອຄວາມໂກດຮ້າຍຂອງເຮົາຈະເຜົາໄຫມ້ພວກເຂົາ, ດັ່ງນັ້ນເຮົາຈະທຳລາຍພວກເຂົາເສຍ. ແລ້ວເຮົາຈະສ້າງຊົນຊາດໃຫຍ່ຈາກເຈົ້າ." \v 11 ແຕ່ໂມເຊພະຍາຍາມຂໍໃຫ້ພຣະອົງບັນເທົາຄວາມໂກດຮ້າຍຂອງພຣະຢາເວ ລາວໄດ້ກ່າວວ່າ, "ຂ້າແດ່ພຣະຢາເວ, ເປັນຫຍັງພຣະອົງຈຶ່ງຊົງໂກດຮ້າຍຕໍ່ປະຊາຊົນຂອງພຣະອົງ, ຊຶ່ງພຣະອົງໄດ້ນຳອອກຈາກແຜ່ນດິນອີຢິບດ້ວຍຣິດອຳນາດອັນຫຍິ່ງໃຫຍ່ ແລະດ້ວຍພຣະຫັດອັນຊົງຣິດຫລື?