lo_exo_text_ulb_l3/32/07.txt

1 line
1.1 KiB
Plaintext

\v 7 ແລ້ວພຣະຢາເວໄດ້ກ່າວກັບໂມເຊວ່າ, "ຈົ່ງຮິບໄປໄວໆ, ເພາະວ່າປະຊາຊົນຂອງເຈົ້າ, ຊຶ່ງເຈົ້າໄດ້ນຳອອກມາຈາກແຜ່ນດິນອີຢິບນັ້ນ, ໄດ້ເຮັດເລື່ອງເສື່ອມເສຍ. \v 8 ພວກເຂົາໄດ້ຫັນຈາກທາງ ຊຶ່ງເຮົາໄດ້ສັ່ງພວກເຂົາໄວ້ນັ້ນຢ່າງໄວວາ. ພວກເຂົາໄດ້ຫລໍ່ຮູບລູກງົວຂຶ້ນສຳລັບພວກເຂົາເອງ ແລະໄດ້ນະມັດສະການ ແລະໄດ້ຖວາຍບູຊາແກ່ຮູບນັ້ນ. ພວກເຂົາໄດ້ກ່າວວ່າ, 'ໂອ ອິສະຣາເອນເອີຍ, ສິ່ງນີ້ແຫລະເປັນພະເຈົ້າຂອງພວກເຮົາ ຊຶ່ງໄດ້ນຳພວກເຈົ້າອອກມາຈາກແຜ່ນດິນອີຢິບ."