lo_exo_text_ulb_l3/32/01.txt

1 line
1.2 KiB
Plaintext

\c 32 \v 1 ເມື່ອປະຊາຊົນເຫັນວ່າໂມເຊຍັງຊ້າ ບໍ່ລົງມາຈາກພູເທື່ອ, ພວກເຂົາຈຶ່ງລວມຕົວອ້ອມຮອບອາໂຣນ ແລະກ່າວກັບລາວວ່າ, "ມາເຖີດ, ຈົ່ງສ້າງຮູບເຄົາຣົບໃຫ້ພວກເຮົາ ຊຶ່ງຈະນຳຫນ້າພວກເຮົາໄປ. ເພາະວ່າໂມເຊຄົນນີ້ແຫລະ, ເປັນຊາຍຄົນທີ່ໄດ້ນຳພວກເຮົາອອກມາຈາກແຜ່ນດິນອີຢິບ, ພວກເຮົາບໍ່ຮູ້ວ່າມີຫຍັງເກີດຂຶ້ນກັບລາວແລ້ວ." \v 2 ດັ່ງນັ້ນອາໂຣນຈຶ່ງໄດ້ກ່າວກັບພວກເຂົາວ່າ, "ຈົ່ງຖອດບັນດາຕຸ້ມຫູທອງຄຳຈາກບັນດາເມຍ ແລະ ຫູຂອງບັນດາລູກຊາຍ ແລະຈາກບັນດາລູກສາວ, ແລະນຳມາໃຫ້ເຮົາເຖີດ."