lo_exo_text_ulb_l3/30/34.txt

1 line
1.0 KiB
Plaintext

\v 34 ພຣະຢາເວກ່າວກັບໂມເຊວ່າ, "ຈົ່ງເອົາເຄື່ອງເທດ - ກຳຍານ, ຊະມົດ ແລະມາຫາຫິງ, ປະສົມກັບກຳຍານບໍຣິສຸດໃນອັດຕຣາສ່ວນທີ່ເທົ່າກັນ. \v 35 ຈົ່ງປະສົມຕາມແບບຂອງເຄື່ອງຫອມ, ປະສົມເຫມືອນເຄື່ອງຫອມ, ປຸງດ້ວຍເກືອ, ໃຫ້ບໍຣິສຸດ, ແລະແຍກອອກຕ່າງຫາກ. \v 36 ເຈົ້າຈະບົດມັນຢ່າງລະອຽດເລີຍ. ວາງໄວ້ຫນ້າຫີບແຫ່ງແຫ່ງພະຍານ, ຊຶ່ງຢູ່ໃນຫໍເຕັນແຫ່ງຊຸມນຸມ , ທີ່ເຮົາຈະມາພົບກັບເຈົ້າ. ເຈົ້າຕ້ອງຖືວ່າເຄື່ອງຫອມນັ້ນບໍຣິສຸດທີ່ສຸດສຳລັບເຮົາ.