lo_exo_text_ulb_l3/30/29.txt

1 line
957 B
Plaintext

\v 29 ເຈົ້າຕ້ອງແຍກສິ່ງເຫລົ່ານີ້ໄວ້ສຳລັບເຮົາ ເພື່ອວ່າມັນຈະບໍຣິສຸດສຳລັບເຮົາ. ສິ່ງໃດໆທີ່ສຳພັດສິ່ງຂອງເຫລົ່ານີ້ ກໍຈະບໍຣິສຸດໄປດ້ວຍ. \v 30 ເຈົ້າຕ້ອງເຈີມອາໂຣນ ແລະບັນດາລູກຊາຍຂອງລາວ ແລະແຍກພວກເຂົາໄວ້ສຳລັບເຮົາ ເພື່ອພວກເຂົາຈະໄດ້ຮັບໃຊ້ເຮົາໃນຖານະປະໂລຫິດ. \v 31 ເຈົ້າຕ້ອງແຈ້ງແກ່ຊາວອິສະຣາເອນວ່າ, 'ນີ້ເປັນນໍ້າມັນເຈີມທີ່ແຍກໄວ້ສຳລັບເຮົາຕະຫລອດຊົ່ວຊາດພັນຂອງເຈົ້າ.