lo_exo_text_ulb_l3/30/22.txt

1 line
1.0 KiB
Plaintext

\v 22 ພຣະຢາເວເວົ້າກັບໂມເຊ ແລະກ່າວວ່າ, \v 23 "ຈົ່ງເອົາເຄື່ອງເທດຢ່າງດີເຫລົ່ານີ້; ຢາງໄມ້ຫອມນໍ້າຫ້າຮ້ອຍເຊເຂ, ກໍາຍານ 250 ເຊເຂ, ຫົວສີໄຄຫອມ 250 ເຊເຂ, \v 24 ແລະກາລະບູນຫ້າຮ້ອຍເຊເຂ, ຊັ່ງຕາມນໍ້າຫນັກຂອງເຊເຂັນຂອງສະຖານນະມັດສະການ, ແລະນໍ້າມັນຫມາກກອກຫນຶ່ງຮິນ. \v 25 ເຈົ້າຕ້ອງເຮັດນໍ້າມັນເຈີມບໍຣິສຸດດ້ວຍສ່ວນປະສົມເຫລົ່ານີ້, ຕາມວິທີການຂອງຊ່າງປຸງນໍ້າຫອມ. ຈະເປັນນໍ້າມັນເຈີມບໍຣິສຸດ, ທີ່ສະຫງວນໄວ້ສຳລັບເຮົາ.